ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ພົບປະແລກປ່ຽນ
ກັບຄະນະຊ່ຽວຊານຫວຽດນາມ
ໃນການຊັບຊ້ອນວັດຖຸພັນຢູ່ຫໍມູນເຊື້ອອະນຸສອນສະຖານ


     ວັນທີ 19 ມັງກອນ 2024 ນີ້, ຢູ່ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ພົບປະແລກປ່ຽນ
ຖອດຖອນບົດຮຽນນຳຄະນະຊ່ຽວຊານຫວຽດນາມ ໃນການຊັບຊ້ອນວັດຖຸພັນຢູ່ຫໍມູນເຊື້ອອະນຸສອນສະຖານກອງພັນທີ II ຜ່າວົງປິດ
ລ້ອມທີ່ແຂວງຊຽງຂວາງ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວິທະຍາສາດ-ປະຫວັດ
ສາດ ການທະຫານ, ມີຄະນະພັກ-ຄະນະບັນຊາກົມ, ຄະນະຫ້ອງ ແລະ ຄະນະຊ່ຽວຊານ ຫວຽດນາມ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ຫວຽນ ຕຽນ ຢຸງ ຫົວໜ້າຄະນະຊ່ຽວຊານ ຫົວໜ້າຫ້ອງໂຄສະນາສຶກສາ ຫໍພິພິຕະພັນປະຫວັດສາດ ການ
ທະຫານ ຫວຽດນາມ ໄດ້ໃຫ້ຄຳຄິດເຫັນແລກປ່ຽນຖອດຖອນບົດຮຽນວ່າ: ໃນໄລຍະເກືອບໜຶ່ງເດືອນທີ່ຜ່ານມາ ທີ່ໄດ້ປະສານສົມທົບ
ເຮັດວຽກນຳກັນລະຫວ່າງຄະນະຊ່ຽວຊານກັບ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີການສົມທົບກັນແໜ້ນແຟ້ນຄືການແປ
ເອກະສານ ເພື່ອສະໜອງຂໍ້ມູນໃຫ້ຊ່ຽວຊານຫວຽດນາມ, ໃນໄລຍະເວລາອັນສັ້ນນີ້ ເຮັດໃຫ້ຍັງມີບາງຂໍ້ມູນຍັງຂາດແຕ່ກໍຍັງມີຄວາມພະ
ຍາຍາມສູງ ໄດ້ເຮັດສຳເລັດໃນການສ້າງໂຄງຮ່າງ ແລະ ສາລະບານ ການຊັບຊ້ອນຈັດວາງວັດຖຸພັນຢູ່ຫໍມູນເຊື້ອອະນຸສອນສະຖານ ກອງພັນ
ທີ II ຜ່າວົງປິດລ້ອມທີ່ ແຂວງຊຽງຂວາງ, ໃຫ້ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ສືບຕໍ່ແປເອກະສານ ປັບປຸງເນື້ອໃນໃຫ້ສົມ
ບູນ, ປະສານສົມທົບນຳກົມ ລາຍງານໃຫ້ຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ສືບຕໍ່ເຮັດສຳເລັດການຈັດວາງຫໍມູນເຊື້ອ ຕາມຂັ້ນເທິງ
ມອບໝາຍໃຫ້.

     ໂອກາດດຽວກັນນີ້ ສະຫາຍຫົວໜ້າຄະນະຊ່ຽວຊານ ຕາງໜ້າໃຫ້ຄະນະຊ່ຽວຊານ ໄດ້ກ່າວຄຳອວຍພອນແດ່ຄະນະພັກ-ຄະນະບັນ
ຊາກົມ, ຕະຫຼອດຮອດພະນັກງານນັກຮົບທົ່ວ ກົມ ວິທະຍາສາດ-ປະຫວັດສາດ ການທະຫານເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 75ປີ ນີ້ ຈົ່ງມີສຸຂະພາບແຂງແຮງ ເຮັດສຳເລັດໜ້າທີ່ວຽກງານຕາມຂັ້ນເທິງມອບໝາຍໃຫ້, ຫວັງວ່າສາຍພົວພັນ
ລາວ-ຫວຽດນາມ ຕໍ່ໄປຈະສືບຕໍ່ຜັນຂະຫຍາຍຄວາມສາມັກຄີຂຶ້ນຕື່ມ. ທ້າຍພິທີ ສະຫາຍ ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ
ການທະຫານ ຕາງໜ້າຄະນະພັກ-ຄະນະບັນຊາກົມ ກ່າວສະແດງຄວາມຂອບອົກຂອບໃຈຊົມເຊີຍກ່ຽວກັບຜົນສຳເລັດການປະຊຸມພົບ
ປະເຮັດວຽກນຳກັນທັງສອງ ຝ່າຍເພື່ອພ້ອມກັນສັງເຂບຕີລາຄາຄືນການເຄື່ອນໄຫວເຮັດວຽກຮ່ວມກັນໃນໄລຍະ1 ເດືອນ ທີ່ຜ່ານມາ, ສືບ
ຕໍ່່ດຳເນີນເຮັດວຽກຕາມຄຳສະເໜີຂອງຊ່ຽວຊານ, ພົວພັນກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຄະນະຊ່ຽວຊານ ພິພິຕະພັນ
ປະຫວັດສາດຫວຽດນາມ ທີ່ມີສ່ວນຮ່ວມໃນການສ້າງແຜນວາດຈັດວາງຫໍມູນເຊື້ອ, ຂອບໃຈເປັນຢ່າງສູງນຳຄະນະຊ່ຽວຊານຫວຽດນາມ
ທີ່ມາຊ່ວຍວຽກຕາມການສະເໜີຂອງ ກະຊວງປ້ອງກັນປະເທດ ໄດ້ມາສົມທົບກັບ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ທີ່
ດຳເນີນມາແຕ່ມື້ນັ້ນຈົນຮອດມື້ນີ້, ສືບຕໍ່ຮ່ວມມືນຳຄະນະຊ່ຽວຊານຫວຽດນາມ ເຮັດສຳເລັດໂຄງການຕາມການຊີ້ນຳຂອງຂັ້ນເທິງມອບ
ໝາຍໃຫ້.

ແຫຼ່ງຂ່າວໂດຍ ຈັນທະພອນ ພົມມີໄຊ
ວັນທີ 31/01/2024